Mục lục
ບໍ່ວ່າຜິວແນວໃດກໍ່ຕ້ອງການຄວາມຊຸ່ມຊື່ນທີ່ຈຳເປັນເພື່ອຮັກສາໄດ້ການເຄືອນໄຫວເປັນປົກກະຕິຂອງຜິວ, ຊ່ວຍໃຫ້ຜິວກະຊັບ,ແຂງແຮງ, ແນວໃດກໍ່ຕາມ, ປະຈຸບັນມີຫຼາຍໆຄົນເຂົ້າໃຈຜິດກ່ຽວກັບຜະລິດຕະພັນສະໜອງນ້ຳ (hydrating) ແລະຜະລິດຕະພັນສະໜອງຄວາມຊຸ່ມຊື່ນ (moisturizing). ສະນັ້ນ, ລະຫວ່າງສະໜອງນ້ຳແລະຄວາມຊຸ່ມຊື່ນ, ອັນໃດແມ່ນຜະລິດຕະພັນທີ່ຈຳເປັນໃຫ້ແກ່ຜິວກວ່າ?
I. ໄຈ້ແຍກລະຫວ່າງຜະລິດຕະພັນສະໜອງນ້ຳແລະສະໜອງຄວາມຊຸ່ມຊື່ນ
ໃນຕົວຈິ່ງ, ສະໜອງນ້ຳ ແລະ ສະໜອງຄວາມຊຸ່ມຊື່ນລ້ວນແຕ່ມີຈຸດປະສົງສະໜອງຄວາມຊຸ່ມຊື່ນໃຫ້ແກ່ຜິວ, ຊ່ວຍໃຫ້ຜິວອ່ອນໄວແລະລຽບນຽນ. ແນວໃດກໍ່ຕາມ, ຄຸນນະສົມບັດຂອງຜະລິດຕະພັນສອງປະເພດນີ້ກັບບໍ່ມີຄວາມຄືກັນແຕ່ຢ່າງໃດ. ເພາະສະນັ້ນ, ມີຫຼາຍຄົນເຂົ້າໃຈຜິດລະຫວ່າງຄຸນປະໂຫຍດຂອງສອງຜະລິດຕະພັນນີ້, ນຳໄປສູ່ການນຳໃຊ້ບໍ່ຖືກຜະລິດຕະພັນທີ່ເໝາະສົມໃຫ້ແກ່ຜິວ.
ສະນັ້ນ, ຜິວຂອງທ່ານກຳລັງຕ້ອງການຜະລິດຕະພັນສະໜອງນ້ຳຫຼືຄວາມຊຸ່ມຊື່ນ? ຈົ່ງຮ່ວມກັບພວກຂ້ອຍຊອກຮູ້ໃຫ້ລະອຽດກ່ຽວກັບຜະລິດຕະພັນ 2 ປະເພດນີ້, ເພື່ອໃຫ້ຮູ້ຜິວຂອງທ່ານຄວນໃຊ້ຜະລິດຕະພັນໃດ!
1. ຜະລິດຕະພັນສະໜອງນ້ຳ
ສະໜອງນ້ຳແມ່ນຂະບວນການສະໜອງນ້ຳໃຫ້ແກ່ຜິວດ້ວຍວິທີນຳນ້ຳເຂົ້າໄປພາຍໃນບັນດາເຊວຕ່າງໆຂອງຜິວດ້ວຍວິທີການນຳໃຊ້ບັນດາຜະລິດຕະພັນມີຄຸນນະສົມບັດຕົ້ນຕໍແມ່ນການສະໜອງນ້ຳ. ຈຸດພິເສດຫຼັກຂອງຜະລິດຕະພັນສະໜອງນ້ຳເຫຼ່ານີ້ແມ່ນມັກຢູ່ໃນຮູບແບບແຫຼວ, ເຈວ ຊຶມຊັບງ່າຍ. ເມື່ອນຳໃຊ້ກັບຜິວ, ຜະລິດຕະພັນສະໜອງນ້ຳຈະຊຶມຊັບເຂົ້າຜິວໄດ້ໄວ, ບໍ່ກໍ່ໃຫ້ເກີດຄວາມຮູ້ສຶກມື່ນ, ຕິດຫຼືບໍ່ສະບາຍສຳລັບຜິວ.

ຜະລິດຕະພັນສະໜອງນ້ຳມັກໄດ້ນຳໃຊ້ແກ່ບັນດາຜິວທີ່ຂາດນ້ຳ, ເສຍນ້ຳດ້ວຍອາການຈຳນວນໜື່ງຄືຕໍ່ໄປນີ້:
- ຮູຂຸມຂົນໃຫຍ່.
- ຜິວພາຍນອກຂາດສີສັນ, ຜິວຫຍາບກະດ້າງ, ສຳພັດຮູ້ສຶກຫຍາບກະດ້າງ.
- ຜິວລະບາຍຄາບມັນອອກມາຫຼາຍ, ພິເສດແມ່່ນບໍລິເວນໂຕທີ (ໜ້າຜາກ, ດັງ, ຄາງ).
ສ່ວນປະກອບຂອງຜະລິດຕະພັນສະໜອງນ້ຳມັກບັນຈຸທາດດູດຄວາມຊຸ່ມ (Humectants) ບັນຈຸປະລິມານນ້ຳສູງແລະເພີ່ມປະລິມານນ້ຳທີ່ຈຳເປັນໃຫ້ແກ່ຜິວຊັ້ນນອກ. ປົກກະຕິ, ປະເພດຜິວຈຳເປັນຕ້ອງໄດ້ສະໜອງນ້ຳແມ່ນຜິວມັນແລະຜິວປະສົມ.
2. ຜະລິດຕະພັນສະໜອງຄວາມຊຸ່ມຊື່ນ
ຕ່າງຈາກສະໜອງນ້ຳ, ສະໜອງຄວາມຊຸ່ມຊື່ນແມ່ນຂະບວນການສະໜອງລະດັບຄວາມຊຸ່ມຊື່ນໃຫ້ຜິວດ້ວຍວິທີການນຳໃຊ້ຜະລິດຕະພັນບັນຈຸປະລິມານທາດອັດຄວາມຊຸ່ມຊື່ນປະລິມານຫຼາຍ (Occlusives), ພ້ອມດ້ວຍທາດເຮັດໃຫ້ຊຸ່ມຊື່ນ, ເຮັດໃຫ້ຜິວນຸ່ມນວນອີກຈຳນວນໜື່ງ. ຄຸນນະສົມບັດຫຼັກຂອງຜະລິດຕະພັນສະໜອງຄວາມຊຸ່ມຊື່ນແມ່ນການສ້າງຊັ້ນປົກປ້ອງຜິວ, ສະກັດກັ້ນບໍ່ໃຫ້ທາດຊຸ່ມຊື່ນອອກມານອກ.
ໃນຕົວຈິ່ງ, ພາຍນອກຂອງຜິວຂອງແຕ່ລະຄົນລ້ວນແຕ່ມີຊັ້ນຊຸ່ມຊື່ນປົກປ້ອງຢູ່ພາຍນອກເພື່ອສະກັດກັ້ນການເສຍຄວາມຊຸ່ມຊື່ນ. ແນວໃດກໍ່ຕາມ, ຊັ້ນຊຸ່ມຊື່ນນີ້ບາດເຈັບໄດ້ງ່າຍຈາກຜົນຮ້າຍຂອງສະພາບແວດລ້ອມພາຍນອກ (ແດດ, ຝຸ່ນ, ແບັກທີເຣຍ,…). ຜະລິດຕະພັນສະໜອງຄວາມຊຸ່ມຊື່ນຈະມີບົດບາດທ້ອນໂຮມແລະປ້ອງກັນຊັ້້ນຜິວນີ້ເພື່ອຫຼີກລ້ຽງການເສຍນ້ຳ, ເສຍຄວາມຊຸ່ມຊື່ນ.

ຈຸດພິເສດຫຼັກຂອງຜະລິດຕະພັນສະໜອງຄວາມຊຸ່ມຊຶ່ນແມ່ນຜະລິດຕະພັນຢູ່ໃນຮູບແບບຄີມສະນັ້ນໄລຍະເວລາຊຶມຊັບຈະຂ້ອນຂ້າງດົນ, ອາກໍ່ໃຫ້ເກີດຄວາມຮູ້ສຶກໜຽວຕິດຢູ່ຜິວ. ບຳລຸງຄວາມຊຸ່ມຊື່ນຈຳເປັນຕໍ່ຜິວແຫ້ງຫຼືປະສົມກັບການຮັບຮູ້ໄດ້ຄື::
- ຮູຂົມຂົນນ້ອຍ.
- ຜິວພາຍນອກແຫ້ງ, ຜິວລອກ, ແຕກແຫ້ງ.
- ສີຜິວໝອງຄ້າໄດ້ງ່າຍ.
3. ການກ່ຽວຂ້ອງກັນລະຫວ່າງສະໜອງນ້ຳແລະຄວາມຊຸ່ມຊື່ນ
ເຖິ່ງວ່າແມ່ນ2 ກຸ່ມຜະລິດຕະພັນດູແລຜິວກັບຄຸນນະສົມບັດຕ່າງກັນແລະການນຳໃຊ້ສະເພາະໃຫ້ແກ່ຜິວແຕ່ລະປະເພດຕ່າງກັນ. ແຕ່ວ່າ, 2ຜະລິດຕະພັນນີ້ລ້ວນແມ່ຊຸດຂະໜານຄຽງຄູ່ກັນໃນຂະບວນການດູແລຜິວ. ຍ້ອນຜິວຂອງໃຜກໍ່ຕາມພວກມັນຕ້ອງການທັງປະລິມານນ້ຳແລະລະດັບຄວາມຊຸ່ມຊື່ນທີຈຳເປັນແກ່ຜິວລ້ວນກະຊັບລຽບນຽນ, ແຂງແຮງ..
ແນວໃດກໍ່ຕາມ, ສິ່ງນັ້ນບໍ່ໄດ້ໝາຍຄວາມວ່າທ່ານບໍ່ສາມາດນຳໃຊ້ ທັງ 2 ຜະລິດຕະພັນນີ້ໄດ້ພ້ອມກັນ. ການນຳໃຊ້ຜະລິດຕະພັນສະໜອງນ້ຳຫຼທາດຄວາມຊຸ່ມຊື່ນຍັງຂື້ນກັບຜິວແຕ່ລະປະເພດ, ສະພາບຜິວໃນປະຈຸບັນ:
- ຜິວທຸກປະເພດລ້ວນຕ້ອງການການສະໜອງນ້ຳ, ເຖິ່ງວ່າຍັງຂື້ນກັບສະພາບຜິວ.
- ຜິວມັນແລະຜິວປະສົມຈຳເປັນຕ້ອງສະໜອງນ້ຳທີ່ສຸດ, ຄຽງຄູ່ກັນນັ້ນຜິວປະເພດນີ້ຍັງຕ້ອງໄດ້ສະໜອງຄວາມຊຸ່ມຊື່ນ, ທ່ານສາມາດນຳໃຊ້ຜະລິດຕະພັນບຳລຸງເພີ່ມໃນຕອນຄືນ.
- ຜິວແຫ້ງແລະຜິວປະສົມຕ້ອງໄດ້ສະໜອງຄວາມຊຸ່ມຊື່ນ, ທ່ານຄວນໃຊ້ຜະລິດຕະພັນຄວາມຊຸ່ມຊື່ນທັງຕອນເວັນແລະຕອນຄືນເພື່ອຮັບປະກັນຜິວແຫ້ງກາຍເປັນແຫ້ງ.
II. Cellcos – ຊຸດຜະລິດຕະພັນມະຫາສະໜອງນ້ຳ, ຄວາມຊຸ່ມຊື່ນຈາກທາດສະກັດເຊວຕົ້ນກຳເນີດຂອງພືດ
ເຂົ້າໃຈລະອຽດກ່ຽວກັບຜິວຂອງຕົນເອງຈະຊ່ວຍໃຫ້ກ່ນເລືອກຜະລິດຕະພັນດູແລຜິວທີ່ຖືກຕ້ອງໄດ້, ຜະລິດຕະພັນສະໜອງນ້ຳແລະຄວາມຊຸ່ມຊື່ນທີ່ເໝາະສົມ. ສິ່ງທີ່ສຳຄັນແມ່ນຕ້ອງສະໜອງນ້ຳແລະທາດຄວາມຊຸ່ມຊື່ນຕາມຄວາມຕ້ອງການຂອງຜິວແຕ່ລະຄົນ. ໃນນັ້ນ, ການເລືອກຜະລິດຕະພັນເໝາະສົມແລະມີຄຸນນະພາບເປັນສິ່ງທີ່ສຳຄັນທີ່ສຸດ.
ນຳໃຊ້ເທັກໂນໂລຊີເຊວຕົ້ນກຳເນີດພືດ,ຊຸດຜະລິດຕະພັນ, ຊຸດຜະລິດຕະພັນ Cellcos ສາມາດເຮັດໃຫ້ລູກຄ້າກຳລັງເປັນເຈົ້າຂອງຜິວທີ່ຂາດນ້ຳຫຼືຂາດຄວາມຊຸ່ມຊື່ນມີຄວາມພື່ງພໍໃຈ. ບໍ່ພຽງແຕ່ສະໜອງນ້ຳ, ຄວາມຊຸ່ມຊື່ນຂັ້ນລົງເລິກ ຊຸດຜະລິດຕະພັນ Cellcos ຍັງສະໜອງທາດບຳລຸງເຂົ້າເລິກເຖິ່ງເຊວຢູ່ພາຍໃນຜິວດ້ວຍຄຸນປະໂຫຍດ:
- ເຮັດໃຫ້ຜິວອ່ອນໂຍນໄວຫຼັງຈາກຂັ້ໜຕອນການປິ່ນປົ່ວຜິວດ້ານຄວາມງາມຄື: peel, laser,…
- ປັບສະພາບແລະຟື້ນຟູເກາະປ້ອງກັນຜິວໃໝ່.
- ປັບການລະບາຍຄາບມັນພາຍນອກຜິວ, ສະໜອງລະດັບຄວາມຊຸ່ມຊື່ນທີ່ຈຳເປັນໃຫ້ແກ່ຜິວ.
- ຟື້ນຟູໂຄງສ້າງເຊວຜິວແນ່ໃສ່ເສີ່ມສ້າງລະບົບພູມຕ້ານທານໃຫ້ແກ່ຜິວ.
- ຊ່ວຍໃຫ້ຜິວນຸ່ມລຽບນຽນ,ສີຜິວສະໝ່ຳສະເໝີ, ຂາວກະຈ່າງໃສເປັນທຳມະຊາດ.
- ຜິວອ່ອນໄວແລະເຕັ່ງຕື່ງດ້ວຍ HA ມະຫາໂມເລກຸນ.

ຊຸດຜະລິດຕະພັນ Cellcos ສາມາດນຳໃຊ້ແກ່ຜິວທຸກປະເພດແຕກຕ່າງກັນ, ລວມທັງຜິວແພ້ງ່າຍ, ຜິວບໍ່ແຂງແຮງຫຼືຜິວມີອາການບາດເຈັບຫຼັງຂັ້ນຕອນການຮັກສາດ້ານຄວາມງາມດ້ວຍ peel, laser,… ຊຸດຜະລິດຕະພັນ Cellcos ມີ 3 ກຸ່ມຜະລິດຕະພັນຫຼັກ:
- Aqua Stemgel – ມ໋າກໜ້າມະຫາສະໜອງນ້ຳ (size Salon 250ml).
- Aqua Stemcare – ມ໋າກໜ້າມະຫາສະໜອງນ້ຳ (size ບຸກຄົນ 80ml).
- Silky Stemgel – ທາດບຳລຸງມະຫາສະໜອງນ້ຳ & ຜິວຂາວກະຈ່າງໃສ.