Mục lục
ຜິວໜັງຂອງຄົນເຮົາລ້ວນແຕ່ຕ້ອງປະເຊີນກັບອັນຕະລາຍຈາກພາຍນອກລວມທັງພາຍໃນຮ່າງກາຍຢ່າງຫຼວງຫຼາຍ. ໃນນັ້ນ, ສະພາບຜິວແຫ້ງເສຍນ້ຳເກີດຂື້ນຫຼາຍໃນປະຈຸບັນ. ແນວໃດກຕາມ, ບວ່າແມ່ນໃຜກຮູ້ວິທີຮັບຮູ້ໄດ້ສະພາບຜິວເພື່ອມີວິທີການແກ້ໄຂຢ່າງມີປະສິດທິພາບ.
I. ຜິວແຫ້ງ ເສຍນ້ຳມີອາການແນວໃດ ?
ປະຈຸບັນມີຫຼາຍຄົນກຳລັງປະເຊີນກັບອາການຜິວແຫ້ງເສຍນ້ຳ, ຂາດນ້ຳ – ພິເສດແມ່ນເອື້ອຍນ້ອງຍິງ. ແນວໃດກໍຕາມ, ສ່ວນຫຼາຍພວກເຂົາບໍ່ຮູ້ຜິວຂອງຕົວເອງກຳລັງພົບບັນຫາຫຍັງ. ຄົນຈຳນວນໜື່ງຍັງບໍ່ໃສ່ໃຈການນຳໃຊ້ວິທີການແກ້ໄຂທີ່ແຕກຕ່າງກັນເພື່ອຢາກປັບປຸງອາການຜິວຂອງຕົນເອງ.
ສາເຫດເຮັດໃຫ້ຜິວແຫ້ງເສຍນ້ຳ ອາດເກີດຈາກກຳມະພັນຫຼືຍ້ອນອັນຕະລາຍຈາກປັດໄຈສິ່ງແວດລ້ອມພາຍນອກຄື: ອາກາດຮ້ອນ, ຄວາມຊິ່ນເຄີຍໃນການດຳລົງຊີວິດທຸກໆມື້, ການກິນດື່ມທີ່ບໍ່ມີທາດບຳລຸງພຽງພໍ, ດື່ມນ້ຳໜ້ອຍ, ນຳໃຊ້ຜະລິດຕະພັນທີ່ບໍ່ເໝາະສົມ,…

ພາຍນອກຂອງຜິວໃນຕົວຈິ່ງ, ທ່ານສາມາດຮັບຮູ້ສະພາບຜິວເສຍນ້ຳຫຼືຂາດນ້ຳຜ່ານບັນດາສັນຍານ, ອາການສະແດງອອກພາຍນອກຂອງຜິວ:
- ຜິວໝອງຄ້ຳ: ເມື່ອຜິວຂາດນ້ຳ, ຊັ້ນນອກຂອງຜິວຈະລອກງ່າຍ, ຊັ້ນເຊວຜິວຕາຍພາຍໃນມີໂອກາດແອອັດເຮັດໃຫ້ຜິວໝອງຄ້ຳ, ເບິ່ງຄືຂາດຄວາມມີຊີວິດຊີວາ.
- ຜິວລະບາຍຄາບມັນອອກຫຼາຍ: ເມື່ອຜິວຂາດນ້ຳ, ບັນດາຕ່ອມໄຂມັນຈະມີການເຮັດວຽກຫຼາຍແລະລະບາາຍຄາບມັນອອກມາຫຼາຍເພື່ອຮັກສາຄວາມສົມດູນ. ສິ່ງນີ້ເຮັດໃຫ້ພາຍນອກຂອງຜິວ “ເຫຼືອມມັນ” ແຕ່ມີຄວາມຮູ້ສຶກແຫ້ງກະດ້າງ.
- ຮີ້ວຮອຍສະແດງອອກຢ່າງຊັດເຈນ: ເມື່ອຜິວແຫ້ງຂາດນ້ຳ, ເມືາອແຍງແວນທ່ານຈະເຫັນພາຍນອກຂອງຜິວປະກົດມີຮີ້ວຮອຍຫຼາຍຂື້ນ, ຮີ້ວຮອຍເກົ່າມີທິດທາງຈະສະແດງອອກມາໄດ້ຊັດເຈນແລະເລິກ. ນີ້ກໍ່ແມ່ນສັນຍານອາການແກ່ກ່ອນໄວຂອງຜິວ.
- ຜິວແຕ່ງໜ້າບໍ່ກິນແປ້ງ: ສຳລັບຜິວຂາດນ້ຳ, ເສຍນ້ຳຈະກໍ່ໃຫ້ເກີດຄວາມຫຍຸ້ງຍາກຫຼາຍໃນການແຕ່ງໜ້າ: ຜິວບໍ່ກິນແປ້ງ, ຊັ້ນແຕ່ງໜ້າບໍ່ຕິດດົນ.
ນອກຈາກນັ້ນ, ຜິວແຫ້ງເສຍນ້ຳຍັປະກົດມີອາການຈຳນວນໜື່ງ: ຮູຂຸມຂົນໃຫຍ່, ເກີດສິວງ່າຍ, ຈັບແດດໄດ້ງ່າຍເມື່ອສຳພັດກັບແດດ, ຜິວມື່ນເຫຼືອມບໍໍລິເວນໂຕທີ(ໜ້າຜາກ, ດັງ, ຄາງ) ແຕ່ມີອາກນແຫ້ງບໍລິເວນແກ້ມ, ຮິມຝີປາກແຕກ,…
II. ວິທີການແກ້ໄຂສະພາບຜິວແຫ້ງເສຍນ້ຳ, ຂາດນ້ຳ
ຜິວແຫ້ງເສຍນ້ຳ, ຂາດນ້ຳລ້ວນເປັນບັນຫາຄອຍຫຼອກຫຼອນຫຼາຍໆຄົນ, ພິເສດແມ່ນເອື້ອຍນ້ອງຍິງ. ຍ້ອນສະນັ້ນ, ພວກເຂົາລ້ວນຈະແຕ່ຈະຊອກຫາວິທີຕ່າງໆເພື່ອແກ້ໄຂສະພາບຜິວຂອງຕົນເອງ. ແນວໃດກໍ່ຕາມ, ມີຈຳນວນໜ້ອຍໃນຈຳນວນນັ້ນຮູ້ວິທີການແກ້ໄຂຢ່າງມີປະສິດທິພາບແລະປອດໄພ. ສະນັ້ໜ, ເຮັດແນວໃດເພື່ອແກ້ໄຂໄດ້ສະພາບຜິວເສຍນ້ຳ, ຂາດນ້ຳ?
- ດື່ມນ້ຳໃຫ້ພຽງພໍໃນແຕ່ລະມື້: ຄົນເຮົາໃນແຕ່ລະມື້ລ້ວນແຕ່ຕ້ອງການປະລິມານນ້ຳທີ່ພຍງພໍເພື່ອຮັກສາການເຄືອນໄຫວປົກກະຕິຂອງຮ່າງກາຍ (ແຕ່ 1.5 – 2 ລິດ/ມື້, ຂື້ນກັບສະພາບຮ່າງກາຍແຕ່ລະມື້). ບໍ່ຄວນດື່ມໜ້ອຍເກີນໄປຫຼາຍເກີນໄປ, ຄວນແບ່ງປະລິມານນ້ຳໃຫ້ໝົດມື້.
- ປົກປ້ອງຜິວ: ຄວນມີວີທີການປົກປ້ອງ, ປ້ອງກັນຜິວທີ່ເໝາະສົມເມື່ອອອກໄປທີ່ກາງແຈ້ງ, ຢູ່ໃນຫ້ອງແຫ້ງຫຼືໄປບ່ອນທີ່ມີອາກາດແຫ້ງ, ລົມພັດຫຼາຍ,…
- ນຳໃຊ້ຖືກຜະລິດຕະພັນດູແລຜິວ: ສຳລັບຜິວເສຍນ້ຳ, ຂາດນ້ຳຈະມີຜະລິດຕະພັນສະເພະາໃຫ້ແກ່ຜິວນີ້. ຍ້ອນສະນັ້ນ, ທ່ານຄວນສຶກສາໃຫ້ລະອຽດເພື່ອເລືອກໃຫ້ຖືກຜະລິດຕະພັນທີ່ເໝາະສົມແລະມີຄຸນນະພາບ.
- ປັບປຸງການກິນດື່ມ: ນອກຈາກການສ້າງລະດັບການກິນດື່ມທີ່ມີທາດບຳລຸງຄົບຖ້ວນ, ກິນຜັກ, ທ່ານຄວນດື່ມນ້ຳໝາກໄມ້ສົດເພື່ອສະໜອງນ້ຳໃຫ້ແກ່ຮ່າງກາຍ.
- ບຳລຸງຜິວໃຫ້ຖືກວິທີ: ເມື່ອປະຕິບັດການບຳລຸງຜິວ, ທ່ານຄວນໃຊ້ມືເບົາໆ, ຫຼີກລ້ຽງການຂັດແຮງເຮັດໃຫ້ຜິວເສຍລະດັບຄວາມຊຸ່ມຊື່ນທີ່ຈຳເປັນ.
ໃນຄວາມເປັນຈິ່ງຜິວຂອງຄົນເຮົາເບາະບາງຫຼາຍ, ພຽງການກະທົບທີ່ບໍ່ດີອາດເຮັດໃຫ້ເກີດບັນຫາແກ່ຜິວ. ສະນັ້ນ, ບຳລຸງຜິວຖືກວິທີບໍ່ແມ່ນຫຍັງທັງໝົດ. ທ່ານຍັງຕ້ອງເລືອກຖືກຜຜະລິດຕະພັນດູແລຜິວທີ່ເໝາະ. ສຳລັບຜິວແຫ້ງເສຍນ້ຳ, ຂາດນ້ຳຈະມີຜະລິດຕະພັນສະເພາະໃຫ້ແກ່ບຸກຄົນທີ່ມີຜິວປະເພດນີ້.
III. ມະຫາສະໜອງນ້ຳຈາກເຊວຕົ້ນກຳເນີດພືດດ້ວຍຊຸດຜະລິດຕະພັນ Cellcos
ຜິວຂອງທ່ານເສຍນ້ຳ, ຂາດນ້ຳເຮັດໃຫ້ຜິວລ້ວນມີຄວາມຮູ້ສຶກແຫ້ງແຫ້ວແຕ່ພາຍນອກຂອງຜິວກັບເຫຼືອມໄປດ້ວຍຄາບມັນ. ທ່ານໄດ້ໃຊ້ຫຼາຍໆຜະລິດຕະພັນບຳລຸງຜິວທີ່ແຕກຕ່າງກັນແຕ່ຍັງບໍ່ນຳມາສູ່ປະສິດທິພາບຄືດັ່ງປາຖະໜາ. ມັນໜ້າຫົດຫູໃຈແມ່ນບໍ່?
ຖ້າທ່ານກຳລັງຕົກຢູ່ໃນສະພາບຜິວແຫ້ງເສຍນ້ຳ, ຂາດນ້ຳດ້ວຍບັນດາອາການຄືຂ້າງເທິ່ງ, ທ່ານບໍ່ຈຳເປັນຕ້ອງກັງວົນໃຈ. ດ້ວຍຊຸດຜະລິດຕະພັນ Cellcos, ຜິວຂອງທ່ານຈະໄດ້ຮັບການສະໜອງນ້ຳ, ຄວາມຊຸ່ມຊື່ນແລະທາດບຳລຸງພຽງພໍລົງເລິກເຖິງບັນດາເຊວຜິວ.
ຊຸດຜະລິດຕະພັນ Cellcos ນຳໃຊ້ເທັກໂນໂລຊີເຊວຕົ້ນກຳເນີດຂອງພືດທັນສະໄໝທີ່ສຸດໃນປະຈຸບັນ. ບໍ່ພຽງແຕ່ຊ່ວຍປັບປຸງແລະຟື້ນຟູຜິວຂາດນ້ຳ, ຜິວມີອາການບາດເຈັບ, ຊຸດຜະລິດຕະພັນນີ້ຍັງຊ່ວຍບຳລຸງຜິວລົງເລິກ, ຊ່ວຍເພີ່ມຄວາມລຽບນຽນ, ຂາວກະຈ່າງໃສແລະຕ້ານຜິວແກ່ກ່ອນໄວ.

1. Aqua StemGel – ມ໋າກໜ້າສະໜອງນ້ຳລົງເລີກຕາມຂະບວນການມາດຕະຖານ
Aqua StemGel ແມ່ນຜະລິດຕະພັນມ໋າກໜ້ານອນຢູ່ໃນຊຸດຜະລິດຕະພັນ Cellcos ດ້ວຍຄຸນປະໂຫຍດຫຼັກເປັນການສະໜອງນ້ຳ, ທາດບຳລຸງລົງເລິກແກ່ຜິວ, ຊ່ວຍບຳລຸງແລະຟື້ນຟູຄືນກຳແພງປ້ອງກັນຜິວ. ຜະລິດຕະພັນນີ້ເໝາະກັບບັນດາຜິວທີ່ເບາະບາງ, ບໍ່ແຂງແຮງ, ຜິວມີອາການບາດເຈັບຫຼັງການຮັກສາດ້ານຄວາມງາມ.
Aqua StemGel ແມ່ນຜະລິດຕະພັນມ໋າກໜ໊າສະໜອງນ້ຳລົງເລິກໃຫ້ຜິວໄດ້ນຳໃຊ້ໃນບັນດາຂະບວນການດູແລຜິວແບບມືອາຊີບຢູ່ salon, spa, ສູນຄວາມງາມທີ່ໄດ້ຮັບການຖ່າຍທອດເທັກໂນໂລຊີ.
2. Aqua StemCare – ມ໋າກໜ້າຮູບແບບເຈວ ມະຫາສະໜອງນ້ຳໃຫ້ແກ່ຜິວ
Aqua StemCare ກໍ່ແມ່ນຜະລິດຕະພັນມ໋າກໜ້າຮູບແບບເຈວ ມະຫາສະໜອງນ້ຳ, ຄວາມຊຸ່ມຊື່ນໃຊ້ໄດ້ກັບທຸກສະພາບຜິວ. ບໍ່ພຽງແຕ່ເທົ່ານັ້ນ, ຜະລິດຕະພັນນີ້ຍັງອຸດົມໄປດ້ວຍທາດບຳລຸງດີຕໍ່ຜິວ, ຊ່ວຍໃຫ້ຜິວນັບມື້ນັບນຸ່ມລຽບນຽນແລະຂາວກະຈ່າງໃສຂື້ນກວ່າເກົ່າ.
ຜະລິດຕະພັນ Aqua StemCare ສາມາດນຳໃຊ້ໄດ້ທຸກໆມື້ຫຼື 2 – 3 ຄັ້ງ/ອາທິດ, ຂື້ນກັບສະພາບຜິວຕ້ອງການສະໜອງນ້ຳແລະການຟື້ນຟູຂອງແຕ່ລະຄົນ.
3. Silky StemGel – ທາດບຳລຸງມະຫາສະໜອງນ້ຳແລະເຮັດໃຫ້ຜິວຂາວກະຈ່າງໃສ
ເສຍນ້ຳອາດເຮັດໃຫ້ຜິວຂອງທ່ານຂາດສີສັນ, ແຫ້ງແຫ້ວ, ເບິ່ງຂາດຊີວິດຊີວາ. ພິເສດຜິວໃນຕອຍນີ້ສາມາດແກ່ກ່ອນໄວໄດ້ໄວຍ້ອນບໍ່ໄດ້ສະໜອງພຽງພໍທາດບຳລຸງທີ່ຈຳເປັນ. Silky StemGel ຈະເປັນຜະລິດຕະພັນສາມາດແກ້ໄຂໄດ້ບັນຫາຕ່າງໆເຫຼົ່ານີ້ແລະຊ່ວຍຜິວຂອງທ່ານຂາວກະຈ່າງໃຫ້ເປັນທຳມະຊາດທີ່ສຸດ.
ເພື່ອຊ່ວຍໃຫ້ຜິວຟຶ້ນຟູຄືນຄວາມມີຊີວິດຊີວາ, ຂາວກະຈ່າງໃສ, ແກ້ໄຂສະພາບຜິວແຫ້ງເສຍນ້ຳ, ຊຸດຜະລິດຕະພັນ Cellcos ຈະຊ່ວຍໃຫ້ທ່ານບັນລຸໄດ້ສິ່ງຕ່າງໆເຫຼົ່ານັັ້ນ.