ມ໋າກໜ້າຮູບແບບເຈວ Aqua StemGel, ນອນຢູ່ໃນ ຊຸດຜະລິດຕະພັນມະຫາສະໜອງນ້ຳ Cellcos ເປັນວິທີການສະໜອງນ້ຳແລະທາດບຳລຸງຂັ້ນລົງເລິກ, ແກ້ໄຂໄດ້ຫຼາຍສະພາບຜິວ. ນຳມາສູ່ທ່ານພື້ນຜິວນຸ້ມລຽບ,ກະຊັບແລະຂາວກະຈ່າງໃສ.
I. ສະພາບຜິວຕ່າງໆທີ່ເໝາະແກ່ການນຳໃຊ້ Aqua StemGel
Aqua StemGel ນຳໃຊ້ເຕັກໂນໂລຢີ່ເຊວຕົ້ນກຳເນີດຂອງພືດທີ່ທັນສະໄໝທີ່ສຸດໃນປະຈຸບັນ. ຊ່ວຍກອບກູ້ບັນດາພື້ນຜິວທີ່ໄດ້ຮັບຄວາມເສຍຫາຍແລະບຳລຸງລ້ຽງຜິວແຂງແຮງຂາວກະຈ່າງໃສຍາວນານ. ຜະລິດຕະພັນເໝາະຫຼາຍກັບສະພາບຜິວຕ່າງໆຄື:
- ຫຼັງຈາກນຳໃຊ້ເຕັກໂນໂລຢີ່ສູງ Laser, Hifu,… ຈະກອບກູ້, ລອກຊັ້ນຜິວເກົ່າຟື້ນຟູຊັ້ນຜິວໃໝ່. ຜິວຈະມີປະກົດການລອກແລະຕື່ງແຫ້ງ.
- ຫຼັງຈາກ ປອກຜິວ(Peel ຜິວ) ເຄມີ, ຜິວຈະມີປະກົດການລອກຢ່າງຮຸນແຮງ..
- ຫຼັງຈາກກີ້ງເຂັມລູກກີ້ງ, ຜິວຈະມີອາການຄັນເບົາໆ, ລອກນີ້ແມ່ນປະກົດການຜິວກຳລັງຟື້ນຟູໃໝ່.
- ຜິວມັນແລະມີຄວາມປັ່ນປວນໃນການລະບາຍຄາບມັນ, ເກີດສີວຢ່າງຕໍ່ເນື່ອງ. ຮູຂຸມຂົນເປີດກວ້າງສະແດງວ່າຜິວກຳລັງຂາດນ້ຳ, ຄາບມັນເຫຼືອ, ຂາຍຄວາມສົມດູນລະຫວ່າງຄວາມມັນກັບນ້ຳ.
- ຜິວເປັນຜື່ນແດງ, ຜິວເບາະບາງ, ຜິວບາງແດງ, ຜິວບໍ່ແຂງແຮງຍ້ອນຂາດທາດບຳລຸງ, ຂາດພະລັງງານ,…
- ຜິວແຫ້ງແຫ້ວ, ຜິວໜາ, ຮິ້ວຮອຍເລິກ, ຜິວແກ່ກ່ອນໄວ. ສະພາບຕ່າງໆເຫຼົ່ານີ້ຍ້ອນຂາດທາດບຳລຸງແລະລະດັບຄວາມຊຸ່ມຊື່ນທີ່ຈຳເປັນໃນໄລຍະເວລາທີ່ດົນນານເກີນໄປ.
- ຜິວແຫ້ງກະດ້າງ, ໝອງຄ້ຳ, ລະດັບສີຜິວບໍ່ສະໝ່ຳສະເໝີ, ບໍລິເວນຮອຍໝອງຄ້ຳໃຕ້ຕາ.
- ຜິວຈັບແດງງ່າຍ, ຜິວສຳພັດກັບສະພາບແວດລ້ອມຝຸ່ນເປື້ອນ, ອຸນຫະພູມສູງ.
- ຜິວຕ້ອງແຕ່ງໜ້າທຸກມື້ເຮັດໃຫ້ການລະບາຍ, ຊຶມຊັບແລະແລກປ່ຽນທາດຫຼຸດລົງ. ຜິວບໍ່ສົດຊື່ນແລະຄ່ອຍໆອ່ອນແອລົງ.
- ຜິວຕ້ອງການການດູແລຢ່າງສະໝ່ຳສະເໝີແລະຕໍ່ເນື່ອງ. ຜິວງາມຍັງຈຳເປັນຕ້ອງສະໜອງທາດບຳລຸງແລະຄວາມຊຸ່ມຊື່ນທີ່ຈຳເປັນແຕ່ລະມື້, ແຕ່ລະຊົ່ວໂມງ.
ຄືກັບຮ່າງກາຍຂອງຄົນເຮົາ, ຜິວກໍ່ຕ້ອງການ “ນ້ຳແລະທາດບຳລຸງຢ່າງພຽງພໍ” ເພື່ອການເຄືອນໄຫວທີ່ໝັ້ນຄົງແລະແຂງແຮງທີ່ຍືນຍົງ. ຖ້າໄດ້ສະໜອງທາດບຳລຸງແລະຄວາມຊຸ່ມຊື່ນທີ່ຈຳເປັນ, ຜິວຈະສົດຊື່ນອ່ອນໄວ, ແຂງແຮງກະຈ່າງໃສແລະສີຜິວສະມ່ຳສະເໝີ. Aqua StemGel ແມ່ນວິທີການມະຫາສະໜອງນ້ຳແລະທາດບຳລຸງຜິວຂັ້ນລົງເລິກທີ່ສຸດຍອດໃຫ້ແກ່ພື້ນຜິວຂອງທ່ານ.
II. ຄຸນປະໂຫຍດຂອງຜະລິດຕະພັນ Aqua StemGel
Aqua StemGel ຊ່ວຍບຳລຸງລ້ຽງ, ຟື້ນຟູຮົ້ວປ້ອງກັນໃຫ້ແກ່ຜິວ. ທຸກໆສະພາບຜິວຫຼັງຈາກປິ່ນປົ່ວຈຳເປັນຕ້ອງນຳໃຊ້. ຜະລິດຕະພັນເໝາະທັງພື້ນຜິວທີ່ອ່ອນແອ, ເບາະບາງ, ແພ້ງ່າຍ.
- ບັນເທົາພື້ນຜິວຢ່າງໄວຫຼັງຜົນກະທົບຈາກການປິ່ນປົວກໍ່ໃຫ້ເກີດເສຍນ້ຳ, ຂາດຄວາມຊຸ່ມຊື່ນຄື Laser, Peel da,…
- ທົດແທນ, ຮັກສາຄວາມຊຸ່ມໄດ້ດີ, ເສີ່ມສ້າງການບຳລຸງລ້ຽງ ຟື້ນຟູພື້ນຜິວຫຼັງຜົນກະທົບທີ່ຍາວນານໃນການປິ່ນປົວຜິວ.
- ຮັກສຄວາມສົມດູນຮົ້ວປ້ອງກັນຜິວ.
- ປັບແປງປະລິມານການລະບາຍຄວາມມັນຢູ່ໃນຊັ້ນຜິວ.
- ຜິວອ່ອນໄວແລະກະຊັບດ້ວຍ HA ມະຫາໂມເລກຸນ.
- ຊ່ວຍໃຫ້ຜິວນຸ້ມນຽນ, ຂາວກະຈ່າງໃສ.
ໂດຍບັນດາທາດແມ່ນປັດໄຈການຈະເລີນເຕີບໂຕ EGF, FGF, Peptide, ເຊວຕົ້ນກຳເນີດລາສເບີຣີ້, ເຊວຕົ້ນກຳເນີດອະງຸນ,… ຜະລິດຕະພັນຊ່ວຍສະໜອງນ້ຳແລະທາດບຳລຸງສູງລົງເລິກຮອດເຊວຜິວ. Aqua StemGel ນຳມາສູ່ທ່ານພຶ້ນຜິວລຽບນຽນ, ນຸ້ມນວນຄືຍອງຝ້າຍທັນທີຫຼັງຈາກນຳໃຊ້.
III. ສ່ວນປະກອບແລະແນະນຳການໃຊ້ Aqua StemGel
1. ສ່ວນປະກອບ:
Aqua, Rubus Arcticus Callus Lysate Ferment Extract Filtrate, Rice SH-Oligopeptide-1, Hydrolyzed Hyaluronic Acid, Parfum
2. ແນະນຳການໃຊ້ຜະລິດຕະພັນ Aqua StemGel:
- ຜະລິດຕະພັນໃຊ້ສະເພາະຂະບວນການດູແລຜິວແບບມືອາຊີບຢູ່ ສະປາ, ສູນຄວາມງາມ.
- ນຳໃຊ້ໃນຂະບວນການສະເພາະຕາມການຖ່າຍທອດເຕັກໂນໂລຢີ່.
- Aqua StemGel ເໝາະກັບທຸກສະພາບຜິວ.
- ຄວນປະສົມກັບການນຳໃຊ້ຄີມບຳລຸງ Silky StemGel ເພື່ອໄດ້ຮັບປະສິດທິພາບການບຳລຸງຜິວສູງສຸດ.
ປະລິມານ: 250g
ເກັບຮັກສາ: ໄວ້ບ່ອນແຫ້ງ, ຫຼີກລ້ຽງແສງແດດi.
Đánh giá
Chưa có đánh giá nào.